ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ພາຍຫຼັງ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ປາ​ກິດ​ສະຖານ

     ອີງ​ຕາມ​ລາຍ​ງານ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ແຈ້ງ​ໃຫ້​ຮູ້​ ໃນ​ ວັນ​ທີ 11 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ເຈົ້າ​ໜ້າທີ່ ປາ​
ກິດ​ສະຖານ ລາຍ​ງານໃຫ້​ຮູ້​ວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 3 ຄົນ ແລະ ໄດ້​ຮັບ​ບາດເຈັບ​ອີກ 7 ຄົນ ຈາກ​ການ​ປະ​ທະ​ກັນ​ ລະຫວ່າງ​ບັນ
ດາ​ສະມາຊິກ​ສອງ​ພັກ​ການເມືອງ​ ​ຢູ່​ແຂວງ ຊິນ (Sindh), ທາງ​ພາກ​ໃຕ້​ຂອງ​ປະເທດ.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ຕໍ່​ບັນຫາ​ດັ່ງກ່າວ, ຕຳຫຼວດປາ​ກິດສະຖານໄດ້​ກ່າວ​ເຕືອນ​ຈະ​ປັບໄໝ ລົງໂທດ​ບັນດາ​ຜູ້​ເຕົ້າໂຮມ​ແບບ​ຜິດ​
ກົດໝາຍ​ພາຍຫຼັງພັກ Pakistan Tehreeke Isaf (PTI) ຂອງ​ທ່ານ​ອະດີດ​ນາຍົກ ລັດຖະມົນຕີ ອິມ​ຣານຄານ (Imran Khan)
ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບສະໜູນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ ເພື່ອ​ຄັດຄ້ານ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງທີ່​ຈັດ​ຂຶ້ນ​ໃນ​ອາທິດ​ກ່ອນ.

     ເຊິ່ງ​ການ​ນຳ​ພັກ PTI ກ່າວ​ຫາ​ວ່າ ມີ​ການ​ສໍ້​ໂກງ​ໃນ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ. ໝາກຜົນ​ຂອງ​ການ​ນັບ​ບັດ​ລົງ​ຄະແນນ​ສຽງທີ່​ຫາ
​ກໍ​ປະກາດ​ຢ່າງ​ເປັນ​ທາງ​ການໄດ້​ສະແດງ​ໃຫ້​ເຫັນ​ວ່າ: ຜູ້​ລົງ​ສະໝັກ​ເລືອກ​ຕັ້ງ​ປະທານາທິບໍດີຈາກ​ພັກ PTI ຍາດ​ໄດ້​ຄະແນນ​ສຽງ​ສ່ວນ​
ຫຼາຍ 101 ທີ່​ນັ່ງໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ເຊິ່ງ​ລວມ​ມີ 266 ທີ່​ນັ່ງທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມພາ 2024 ຜ່ານ​ມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/02/2024